ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຜີຍແຜ່ເອກະສານທາງລັດຖະການກ່ຽວກັບວຽກງານການເງິນ
ໃຫ້ບັນດາກົມກອງອ້ອມຂ້າງກະຊວງປ້ອງກັນປະເທດ

     ວັນທີ 27 ກຸມພາ 2024 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານທາງລັດຖະການກ່ຽວກັບວຽກງານການ
ເງິນ ໃຫ້ບັນດາກົມກອງອ້ອມຂ້າງ ກະຊວງປ້ອງກັນປະເທດ, ຢູ່ທີ່ກົມໃຫຍ່ພະລາທິການກອງທັບ, ໂດຍການເປັນປະທານເຜີຍແຜ່ເອກະສານ
ຂອງ ສະຫາຍ ພົນໂທ ສາດສະດາຈານ ປອ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະ
ນະນໍາກະຊວງປ້ອງກັນປະເທດ, 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ບັນດາກົມນ້ອຍ, ຫ້ອງການ, ວິທະຍາຄານ, ສະຖາບັນ,
ໂຮງໝໍ, ບໍລິສັດ, ໂຮງຈັກ-ໂຮງງານ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

     ອີງຕາມ ແຈ້ງການຂອງຫ້ອງວ່າການສູນກາງພັກ ສະບັບເລກທີ 12/ຫສພ, ລົງວັນທີ 12/01/2024 ວ່າດ້ວຍ ການຈັດຕັ້ງເຜີຍແຜ່ ເຊື່ອມ
ຊຶມ ແລະ ຜັນຂະຫຍາຍທິດຊີ້ນໍາຂອງສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກ່ຽວກັບວຽກງານການເງິນທົ່ວປະເທດ, ອີງ
ຕາມແຜນການຂອງຫ້ອງວ່າການ ກະຊວງປ້ອງກັນປະເທດ ສະບັບເລກທີ 311/ຫວກ, ລົງວັນທີ 16/01/2024 ວ່າດ້ວຍການຈັດຕັ້ງເຜີຍແຜ່
ເອກະສານລັດຖະການກ່ຽວກັບເອກະສານການເງິນໃຫ້ບັນດາກົມກອງອອ້ມຂ້າງກະຊວງປ້ອງກັນປະເທດ ເພື່ອເຮັດໃຫ້ຄະນະພັກ-ຄະນະບັນ
ຊາ, ພະນັກງານທີ່ເຮັດວຽກພະລາທິການ, ຂົງເຂດວຽກງານເສດຖະກິດທຸລະກິດ, ເວົ້າລວມ, ເວົ້າສະເພາະຜູ້ທີ່ຮັບຜິດຊອບວຽກງານການເງິນ
ໄດ້ຮັບຮູ້ ເຂົ້າໃຈ ແລະ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມທິດຊີ້ນໍາດັ່ງກ່າວ ເຂົ້າໃນການເຄື່ອນໄຫວວຽກງານຂອງບັນດາສຳນັກງານ, ອົງການ ແລະ
ກົມກອງທ້ອງຖິ່ນ ໃນທົ່ວກອງທັບ. ໃນກອງປະຊຸມ ສະຫາຍ ພົນໂທ ສາດສະດາຈານ ປອ ວົງຄໍາ ພົມມະກອນ ປະທານກອງປະຊຸມ, ໄດ້ບັນ
ຍາຍເອກະສານບົດໂອ້ລົມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ
ຕໍ່ກອງປະຊຸມສະຫຼຸບວຽກງານການເງິນທົ່ວປະເທດ ປະຈຳປີ 2023 ແລະ ທິດທາງ ປີ 2024.

     ໂອກາດນີ້, ສະຫາຍ ພົນໂທ ສາດສະດາຈານ ປອ ວົງຄໍາ ພົມມະກອນ, ໄດ້ຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາທຸກຂັ້ນ, ໂດຍສະ
ເພາະພະນັກງານຂອງຂະແໜງການເງິນຈົ່ງສືບຕໍ່ຍົກສູງຄວາມຮັບຜິດຊອບການເມືອງ ຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ກໍ່
ຄືການພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ, ມີຈິດໃຈຮັກຊາດ, ເສຍສະຫຼະເພື່ອສ່ວນລວມ, ສັດຊື່ບໍລິສຸດ,
ພ້ອມກັນ ຈັດຕັ້ງປະຕິບັດບັນດາມາດຕະການຕ່າງໆ ຢ່າງຈິງຈັງ, ຄືກັນກັບນັກຮົບປະຕິວັດ ໃນສະໜາມຮົບຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ແລະ ສະ
ໜາມຮົບແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ທີ່ປະເທດເຮົາກຳລັງປະເຊີນຢູ່ໃນປັດຈຸບັນ, ສຸມທຸກກຳລັງແຮງ ແລະ ມັນສະໝອງ
ເຂົ້າໃນການສຶກສາ-ຄົ້ນຄວ້າ, ລົງເລິກວິໄຈບັນຫາໃຫ້ລະອຽດ, ເລິກເຊິ່ງ, ໃຫ້ຮູ້ສາເຫດຕົ້ນຕໍທີ່ແທ້ຈິງ ແລະ ຈະແຈ້ງ ເຮັດໃຫ້ຄາດໝາຍຕ່າງໆ
ບັນລຸໄດ້ຜົນສຳເລັດໃໝ່ຢ່າງເປັນຮູບປະທຳ.

ແຫຼ່ງຂ່າວໂດຍ ຄໍາປະສົງ ລາດຊະວົງ
ວັນທີ 28/02/2024